ການບໍລິການນາຍພາສາທີ່ Duke Health (Interpreter Services)

ພາສາລາວ (Lao)

ການສື່ສານຈະແຈ້ງກັບທີມງານດູແລສຸຂະພາບຂອງທ່ານແມ່ນສຳຄັນເພື່ອໃຫ້ເຂົ້າໃຈເງື່ອນໄຂສຸຂະພາບຂອງທ່ານ ຫຼື ສະມາຊິກໃນຄອບຄົວຂອງທ່ານ. ມັນອະນຸຍາດໃຫ້ທ່ານ ແລະ ທ່ານໝໍຂອງທ່ານ ຕັດສິນໃຈການປິ່ນປົວເພື່ອບັນລຸຜົນໄດ້ຮັບທີ່ດີທີ່ສຸດ. ນັ້ນແມ່ນເຫດຜົນທີ່ Duke Health ສະເໜີການບໍລິການຊ່ວຍແປພາສາໃຫ້ກັບຄົນເຈັບທຸກຄົນທີ່ມັກສື່ສານເປັນພາສາອື່ນທີ່ບໍ່ແມ່ນພາສາອັງກິດ. ນາຍແປພາສາຂອງພວກເຮົາໄດ້ຮັບການຝຶກອົບຮົມໃຫ້ເຮັດວຽກຢູ່ໃນສະຖານທີ່ດູແລສຸຂະພາບ ແລະ ປະຕິບັດຕາມມາດຕະຖານແຫ່ງຊາດທັງໝົດ ສໍາລັບນາຍແປພາສາທາງການແພດ.

ກຳນົດເວລາການບໍລິການນາຍແປພາສາ

ໃນເມື່ອທ່ານມີການກໍານົດເວລານັດຫມາຍຂອງທ່ານຢູ່ທີ່ Duke Health, ທ່ານສາມາດຮ້ອງຂໍໃຫ້ນາຍແປພາສາທາງການແພດເຂົ້າຮ່ວມການນັດພົບກັບທ່ານ. ການບໍລິການນາຍແປພາສາມີໃຫ້ບໍລິການ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດໂດຍຜ່ານນາຍແປພາສາແບບເຊິ່ງໜ້າ, ທາງໂທລະສັບ, ຫຼື ທາງວິດີໂອ. ຖ້າທ່ານມີບັນຊີ My Duke Health (Duke MyChart), ທ່ານສາມາດບອກພາສາທີ່ຕ້ອງການ ແລະຄວາມຕ້ອງການນາຍແປພາສາໃນໂປຣໄຟລ໌ຂອງທ່ານ.

ຕົວເລືອກການບໍລິການນາຍແປພາສາ

ນາຍແປພາສາແບບເຊິ່ງໜ້າ
ຄົນເຈັບມີສິດຮ້ອງຂໍນາຍແປພາສາແບບເຊິ່ງໜ້າຢູ່ໂຮງໝໍ ແລະ ຄລີນິກ Duke Health ທຸກແຫ່ງ. Duke Health ຈະພະຍາຍາມຢ່າງສົມເຫດສົມຜົນເພື່ອຕອບສະໜອງຄໍາຮ້ອງຂໍຂອງທ່ານ. ຖ້ານາຍແປພາສາແບບເຊິ່ງໜ້າບໍ່ສະດວກ, ພວກເຮົາຈະເຊື່ອມຕໍ່ທ່ານໄປຫານາຍແປພາສາທາງການແພດທີ່ມີຄຸນວຸດທິຜ່ານການບໍລິການທາງວິດີໂອ ຫຼື ໂທລະສັບຂອງພວກເຮົາ. ຖ້າທ່ານຈຳເປັນຕ້ອງໃຊ້ນາຍແປພາສາແບບເຊິ່ງໜ້າ, ກະລຸນາແຈ້ງໃຫ້ພະນັກງານຂອງພວກເຮົາເມື່ອງລົງທະບຽນເຂົ້າ ຫຼື ລ່ວງໜ້າເມື່ອໃດກໍ່ໄດ້.

ການບໍລິການທາງໂທລະສັບ
ມີນາຍແປພາສາຜ່ານທາງໂທລະສັບຫຼາຍກວ່າ 150 ພາສາ, 24 ຊົ່ວໂມງຕໍ່ມື້ ແລະ 7 ມື້ຕໍ່ອາທິດ, ເພື່ອຊ່ວຍເຫຼືອທ່ານເມື່ອເຂົ້າມາກວດສຸຂະພາບ. ຖ້າພາສາຂອງທ່ານຍັງບໍ່ປະກົດມີຢູ່ໃນໂປຣໄຟ My Duke Health ຂອງທ່ານ, ກະລຸນາແຈ້ງໃຫ້ພະນັກງານຊາບພາສາທ່ານທ່ານຕ້ອງການ ເມື່ອທ່ານນັດໝາຍ ຫຼື ໄວເທົ່າທີຈະໄວໄດ້ຫຼັງຈາກທ່ານມາຮອດ.

ການບໍລິການຜ່ານທາງວີວີໂອ
ຢູ່ທຸກສະຖານທີ່ຂອງ Duke Health, ມີນາຍແປພາສາທາງການແພດໃຫ້ຜ່ານທາງວິດີໂອ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ, ຫຼາຍກວ່າ 40 ພາສາ, ລວມທັງພາສາມືອາເມລິກາ (ASL). ຖ້າພາສາຂອງທ່ານຍັງບໍ່ປະກົດມີຢູ່ໃນໂປຣໄຟ My Duke Health ຂອງທ່ານ, ກະລຸນາແຈ້ງໃຫ້ພະນັກງານຊາບພາສາທ່ານທ່ານຕ້ອງການ ເມື່ອທ່ານນັດໝາຍ ຫຼື ໄວເທົ່າທີຈະໄວໄດ້ເມື່ອທ່ານມາຮອດ.

ພາສາມືອາເມລິກາ (ASL)
ຜູ້ກຳນົດເວລາຂອງທ່ານ ສາມາດຈັດຫານາຍແປພາສາມືອາເມລິກາສ່ວນຕົວ ເມື່ອທ່ານເຮັດການນັດໝາຍຢູ່ສະຖານທີ່ໃດໜຶ່ງຂອງ Duke Health. ຖ້າບໍ່ມີນາຍແປພາສາສ່ວນຕົວ, Duke Health ສາມາດໃຫ້ການບໍລິການນາຍແປພາສາ ASL ຕາມທາງວິດີໂອ.

ດູແລສຸຂະພາບທາງເອເລັກໂຕຣນິກ
ສໍາລັບການນັດໝາຍ ດູແລສຸຂະພາບທາງເອເລັກໂຕຣນິກ (ສະເໝືອນຈິງ), ການບໍລິການດ້ານພາສາແມ່ນໄດ້ສະໜອງໃຫ້ຜ່ານແພລດຟອມດູແລສຸຂະພາບທາງເອເລັກໂຕຣນິກທີ່ໄດ້ຮັບການອະນຸມັດ. ກອງປະຊຸມຂອງທ່ານຈະລວມມີທ່ານ, ທ່ານໝໍຂອງທ່ານ, ແລະ ນາຍແປພາສາ. ນາແປພາສາການດູແລສຸຂະພາບທາງເອເລັກໂຕຣນິກທັງໝົດ ສາມາດຕັ້ງຂຶ້ນໂດຍຜູ້ຈັດເວລາຂອງທ່ານ ເມື່ອທ່ານເຮັດການນັດໝາຍຂອງທ່ານ.

ກວດຄົນເຈັບຢູ່ໂຮງໝໍ

ຖ້າທ່ານກໍາລັງຕິດຕາມສະຖານະຂອງສະມາຊິກໃນຄອບຄົວ ຫຼື ຄົນຮັກຢູ່ໃນໂຮງໝໍ Duke Health ແຕ່ວ່າພາສາອັງກິດບໍ່ແມ່ນພາສາທີ່ທ່ານມັກ, ພວກເຮົາສາມາດຊ່ວຍໄດ້. ໂທຫາເບີທີ່ເໝາະສົມຢູ່ລຸ່ມນີ້ ເພື່ອຂໍຂໍ້ມູນເພີ່ມເຕີມ.

  • Duke University Hospital: 919-681-3007
  • Duke Raleigh Hospital: 919-954-3126 (ໂຕະຂໍ້ມູນຄົນເຈັບ)
  • Duke Regional Hospital: 919-470-4000
  • Duke Health Operator: 919-684-8111

ການແປເປັນລາຍລັກອັກສອນ

ເພື່ອຮັບປະກັນວ່າທ່ານເຂົ້າໃຈຂໍ້ມູນສຸຂະພາບທີ່ເປັນລາຍລັກອັກສອນຢ່າງຄົບຖ້ວນ, ພວກເຮົາສະເໜີ ການແປເອກະສານທີ່ພິມລວມທັງຈົດໝາຍຍິນຍອມຂອງ Duke Health, ຄໍາແນະນໍາການອອກໂຮງໝໍ, ອຸປະກອນການສຶກສາ, ແລະ ເອກະສານອື່ນໆທາງການແພດຂອງ Duke Health. ພະຍາບານ, ທ່ານໝໍ, ແລະ ຜູ້ໃຫ້ບໍລິການດູແລສຸຂະພາບອື່ນໆ ສາມາດສົ່ງຄໍາຮ້ອງຂໍການແປສໍາລັບອຸປະກອນການພິມຂອງ Duke Health ໃນນາມຂອງທ່ານ.

ການບໍລິການຄົນເຈັບຕ່າງປະເທດ

ຖ້າທ່ານກໍາລັງເດີນທາງໄປ Duke Health ຈາກຕ່າງປະເທດ, ການບໍລິການຄົນເຈັບສາກົນ ສາມາດຊ່ວຍທ່ານໃນດ້ານແປພາສາ, ການນັດໝາຍ, ການຈັດການຂົນສົ່ງ ແລະ ທີ່ພັກ, ແລະ ອື່ນໆອີກ.